ຂ່າວສານ



ທ່ານ ສົມສະຫວາດ ເລັ່ງສະຫວັດ, ຮອງນາຍົກລັດຖະມົນຕີ, ທ່ານ ສົມດີ ດວງດີ, ລັດຖະມົນຕີ ກະຊວງແຜນການ ແລະ ລົງທຶນ ແລະ ຄະນະເຂົ້າຮ່ວມ ກອງປະຊຸມໂຕະມົນ ກັບຄະນະຮ່ວມມືທຸລະກິດ ແມ່ນຳ້ຂອງ - ຍີ່ປຸ່ນ ໃນວັນທີ 8 ຕຸລາ 2013, ນະຄອນຫຼວງໂຕກຽວ, ຍີ່ປຸ່ນ

ພາຍຫຼັງ ການກ່າວຕ້ອນຮັບ ຂອງທ່ານ ປະທານຄະນະຮ່ວມມືທຸລະກິດ ແມ່ນຳ້ຂອງ - ຍີ່ປຸ່ນ, ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ໄດ້ຂື້ນມີຄຳເຫັນ ແລະ ລະດົມນັກທຸລະກິດນຳໜ້າ 50 ກວ່າທ່ານ ທີ່ເຂົ້າຮ່ວມກອງປະຊຸມ ເພື່ອມາລົງທຶນ ຢູ່ປະເທດລາວ, ໂດຍສະເພາະ ໃນຂະແໜງທຸລະກິດກະສິກຳ ແລະ ອຸດສາຫະກຳ ທີ່ເປັນມິດ ກັບສີ່ງແວດລ້ອມ.
ທ່ານຮອງນາຍົກລັດຖະມົນຕີ ໄດ້ຖືໂອກາດຂອບໃຈ ພາກທຸລະກິດຍີ່ປຸ່ນ, ໂດຍສະເພາະແມ່ນ ຄະນະຮ່ວມມືທຸລະກິດ ແມ່ນຳ້ຂອງ - ຍີ່ປຸ່ນ ທີ່ໄດ້ສະແດງຄວາມສົນໃຈ ຕໍ່ປະເທດລາວ. ທ່ານຮອງນາຍົກ ຍັງໄດ້ເນັ້ນວ່າ ປະເທດລາວ ແມ່ນມີກາລະໂອກາດ ການລົງທຶນຫຼາຍດ້ານ ໂດຍກວມເອົາຄວາມອາດສາມາດ ໃນການຜະລິດພະລັງງານໄຟຟ້າ ປະລິມານ 23000 MW, ແຮ່ທາດຫຼາຍປະເພດ, ແຫ່ຼງທ່ອງທ່ຽວ ທີ່ໜ້າດຶງດູດ, ແລະ ມີເນື້ອທີ່ 2 ລ້ານເຮັກຕາ ເພື່ອກິດຈະກຳກະສິກຳ.
ໂດຍອີງໃສ່ ຄວາມພະຍາຍາມ ໃນປະຈຸບັນ, ກາລະໂອກາດການລົງທຶນ ຂອງລາວແມ່ນ ໄດ້ມີການປຽນແປງ ໃນແຕ່ລະປີ. ຕົວຢ່າງ, ການເຂົ້າເປັນສະມາຊິກ ອົງການການຄ້າໂລກໃນປີ 2013 ແລະ ປະຊາຄົມເສດຖະກິດ ອາຊຽນປີ 2015 ຈະຊ່ວຍໜູນ ໃຫ້ແກ່ການພັດທະນາເສດຖະກິດ ແລະ ເປີດກວ້າງກາລະໂອກາດ ການລົງທຶນ.
ທ່ານ ຮອງນາຍົກລັດຖະມົນຕີ ໄດ້ເນັ້ນວ່າພາຍຫຼັງ ທີ່ໄດ້ປະກາດໃຊ້ ກົດໝາຍສົ່ງເສີມ ການລົງທຶນໃນປີ 2011, ຂະບວນການອະນຸມັດ ການລົງທຶນສັ້ນເຂົ້າ. ຄຽງຄູ່ກັນນັ້ນ, ອີງໃສ່ຄວາມຕ້ອງການ ແຮງງານທີ່ເພີ່ມຂຶ້ນ, ປະເທດລາວ ມີແຫ່ຼງສະໜອງແຮງງານລາວ ຈາກຕ່າງປະເທດ ແລະ ແຮງງານຕ່າງປະເທດ.
ທ່ານຮອງນາຍົກ ລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ຕໍ່ພາກລັດ ແລະ ເອກະຊົນຍີ່ປຸ່ນ ທີ່ໄດ້ປະກອບສ່ວນ ເຂົ້າໃນການພັດທະນາ ເສດຖະກິດ ນັບແຕ່ສ້າງສາຍພົວພັນ ທາງການທູດແຕ່ປິ 1955. ມັນໄດ້ປະກອບສ່ວນ ຊ່ວຍໃນການພັດທະນາ ເສດຖະກິດ ອັນວ່ອງໄວຂອງ ສປປລາວ.


ບໍລິສັດມີແຜນຈະຈ້າງງານ ຈຳນວນ 800 ຄົນ ເພື່ອເຮັດວຽກ ໃນໂຮງງານ ກ້ອງຖ່າຍຮູບ ທີ່ແຂວງສະຫວັນນະເຂດ ແລະ ພວກເຂົາແມ່ນຮຽກຮ້ອງ ໃຫ້ຈ້າງຄົນງານລາວ ເປັນບູລິມະສິດ, ພະນັກງານ ລະດັບອະວຸໂສ ໄດ້ກ່າວໄວ້.
ທ່ານ ທັນໄດ ຈັນຊົມພູ, ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ບອກໜັງສືພີມ ວຽງຈັນທາມວ່າ ປົກກະຕິນັກລົງທຶນແມ່ນ ຮຽກຮ້ອງໃຫ້ສິດທິພິເສດ ໃຫ້ແກ່ຄົນທ້ອງຖິ່ນ ໃນການຈ້າງງານຄົນຢູ່ທ້ອງຖິ່ນ.
"ບໍລິສັດ ນິກອນ ແມ່ນໄດ້ຄຳນຶງຕໍ່ດ້ານນີ້" ພະນັກງານອະວຸໂສ ໄດ້ກ່າວຕື່ມ.
ກົດໝາຍແຮງງານລາວ ໄດ້ລະບຸວ່າຢ່າງຕໍ່າ 70 ເປີເຊັນ ຂອງແຮງງານທັງໝົດ ຕ້ອງແມ່ນຄົນຢູ່ທ້ອງຖິ່ນ, ສ່ວນອີກ 30 ເປີເຊັນ ສາມາດເປັນ ແຮງງານຕ່າງປະເທດ.
ໃນ 30 ເປີເຊັນ, ຈຳນວນບໍ່ເກີນ 10 ເປີເຊັນ ຄວນເປັນແຮງງານ ປະເພດກຳມະກອນ, ສ່ວນອີກ 20 ເປີເຊັນ ອາດເປັນແຮງງານ ວິຊາການຕ່າງປະເທດ.
ເຖິງຢ່າງໃດກໍ່ຕາມ, ມີຫຼາຍໂຄງການລົງທຶນ ເຊິ່ງລວມທັງບາງໂຄງການ ຢູ່ສະຫວັນນະເຂດ ໄດ້ຈ້າງແຮງງານ ຈາກຕ່າງປະເທດ ເກີນຈຳນວນທີ່ໄດ້ຈຳກັດໄວ້. ໜຶ່ງໃນເຫດຜົນແມ່ນ ຍ້ອນຂາດແຮງງານ ທີ່ແທດເໝາະຈາກທ້ອງຖິ່ນ, ໂດຍສະເພາະແມ່ນ ແຮງງານທີ່ມີທັກສະ.
ນັກວິພາກວິຈານ ໄດ້ກ່າວວ່າ ໂຄງການລົງທຶນ ບໍ່ໄດ້ສ້າງວຽກເຮັດຫຼາຍ ໃຫ້ແກ່ປະຊາຊົນລາວ ຕາມທີ່ຄາດໄວ້ ເພາະໜ່ວຍງານ ທີ່ຮັບຜິດຊອບ ບໍ່ສາມາດຝຶກອົບຮົມ ແຮງງານໃຫ້ໄດ້ ຈຳນວນພຽງພໍ ຫຼື ຮັບປະກັນ ທັກສະຂອງເຂົາເຈົ້າ.
ພ້ອມນັ້ນ, ແຮງງານ ບໍ່ມີທັກສະຫຼາຍພັນຄົນ ໄດ້ຫຼັ່ງໄຫຼໄປໄທ ເພື່ອຊອກຫາກາລະໂອກາດ ດ້ານວຽກເຮັດງານທຳ, ເຖິງແມ່ນວ່າ ຄວາມຮຽກຮ້ອງຕ້ອງການ ແຮງງານທີ່ມີສູງກໍ່ຕາມ.
ປະເທດລາວ ໄດ້ມີການຈ້າງແຮງງານ ທີ່ມີທັກສະຈຳນວນຫຼາຍ ຈາກຕ່າງປະເທດ, ໂດຍສະເພາະແມ່ນ ປະເທດຈີນ ແລະ ຫວຽດນາມ ເພື່ອສະໜອງຕໍ່ກັບ ຕະຫຼາດແຮງງານ ທີ່ຂະຫຍາຍໂຕ.
ໃນປີການສຶກສາ ທີ່ຜ່ານມາ, ລັດຖະບານໄດ້ເພີ່ມ ທຶນການຮຽນ ສະລັບນັກຮຽນ ໃນສະຖາບັນ ອະຊີວະສຶກສາຂອງລັດ ເພື່ອເປັນການຊຸກຍູ້ສົ່ງເສີມ ໃຫ້ບຸກຄົນຜູ້ໜຸ່ມນ້ອຍ ໄດ້ຮຽນວິຊາກົນຈັກ, ຊ່າງໄມ້, ການຕິດຕັ້ງໄຟຟ້າ ແລະ ການຄ້າ.
ການເພີ່ມທຶນ ການຮຽນດັ່ງກ່າວ ຍ້ອນຄົນສ່ວນໃຫຍ່ ແມ່ນສົນໃຈສຶກສາຮ່ຳຮຽນ ໃນຂະແໜງທະນາຄານ ແລະ ການເງິນ ແລະ ອາຊີບບໍລິຫານອື່ນໆ ເຊິ່ງເປັນໜຶ່ງໃນສາເຫດ ເຮັດໃຫ້ການຂາດແຄນ ແຮງງານທີ່ມີທັກສະ.
ທ່ານ ດຣ. ລິເບີ້ ລີບົວປາວ, ຫົວໜ້າສະຖາບັນ ຄົ້ນຄວ້າເສດຖະກິດແຫ່ງຊາດ ໄດ້ກ່າວວ່າ ປະເທດລາວ ຈະຕ້ອງສືບຕໍ່ນຳເຂົ້າ ແຮງງານຕ່າງປະເທດ ເພື່ອເຮັດວຽກ ໃນການພັດທະນາໂຄງການ ຖ້າຕ້ອງການຮັກສາ ລະດັບການຂະຫຍາຍໂຕ ຂອງເສດຖະກິດໃນລະດັບສູງ.
ຕາມການຄາດຄະເນ ລາວຕ້ອງການແຮງງານເຖິງ 500,000 ຄົນໃນປີ 2015, ທ່ານ ດຣ. ລີເບີ້ ໄດ້ກ່າວຕື່ມ. ເຖິງຢ່າງໃດກໍ່ຕາມ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ກ່າວວ່າ ມີແຮງງານລາວພຽງ 55,000 ຄົນ ທີ່ໄດ້ຮັບຈ້າງ ໃນແຕ່ລະປີ.




ສະຫລຸບຫຍໍ້ກ່ຽວກັບຄວາມເປັນມາຈາກກົມສົ່ງເສີມ ແລະ ຄຸ້ມຄອງການລົງທຶນພາຍໃນ ແລະ ຕ່າງປະເທດ ມາເປັນກົມສົ່ງເສີມການລົງທຶນ
ກົມສົ່ງເສີມການລົງທຶນ (ກລທ) ແມ່ນຢູ່ພາຍໃຕ້ກະຊວງແຜນການ ແລະ ການລົງທຶນ, ຊຶ່ງໃນເມື່ອກ່ອນແມ່ນຍຮູ້ເປັນສ່ວນໃຫຍ່ກໍຄື ກົມສົ່ງເສີມ ແລະ ຄຸ້ມຄອງການລົງທຶນພາຍໃນ ແລະ ຕ່າງປະເທດ (DDFI) ຈາກ 2004-2007. ລະບົບການຄຸ້ມຄອງການລົງທຶນ ແລະ ກວດສອບຄຳຮ້ອງຂໍລົງທຶນຕ່າງປະເທດ ແມ່ນຢູ່ພາຍໃຕ້ກົດໝາຍ ສົ່ງເສີມການລົງທຶນ.
 
ກົດໝາຍທີ່ສຳຄັນໃນການຄຸ້ມຄອງວຽກງານການສົ່ງເສີມການລົງທຶນ ໃນເມື່ອກ່ອນແມ່ນມີ ຄື: ກົດໝາຍວ່າດ້ວຍການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຕ່າງປະເທດ (2004) ແລະ ກົດໝາຍວ່າດ້ວຍກ ການລົງທຶນພາຍໃນ (2004). ກົດໝາຍວ່າດ້ວຍວິສາຫະກິດ (2005), ກົດໝາຍວ່າດ້ວຍພາສີ (2005) ແລະ ກົດໝາຍວ່າດ້ວຍສ່ວຍສາ ອາກອນ (2005) ແລະ ກົດໝາຍສົ່ງເສີມການລົງທຶນ ສະບັບ ປັບປຸງໃໝ່ (2009).
ກົມສົ່ງເສີມການລົງທຶນ (ກລທ) ເປັນຈຸດທຳອິດ ສຳລັບການແນະນຳຂໍ້ມູນກ່ຽວກັບ ຂັ້ນຕອນການລົງທຶນໃນ ສປປ ລາວ. ໜ້າທີຫລັກຂອງ ກລທ ແມ່ນວຽກງານສົ່ງເສີມການລົງທຶນໃນ ສປປ ລາວ, ການຄົ້ນຄວ້າໂຄງການລົງທຶນ, ຮອບຮ່ວມເກັບກຳຂໍ້ມູນການລົງທຶນ ແລະ ຕິດຕາມ ານປະຕິບັດ ວຽກງານການລົງທຶນ. ເວັບໄຊຂອງ ກລທ ແມ່ນອີກວີທີທາງໜຶ່ງໃນການໃຫ້ຂໍ້ມູນ ແລະ ແນະນຳລະບຽບຂັ້ນຕອນໃນການລົງທຶນໃນ ສປປ ລາວ. ພາຍໃນ ກລທ ແມ່ນມີ "ຫ້ອງການບໍລິການການລົງທຶນປະຕູດຽວ" ຫລື ຫປດ ທີ່ອຳນວຍຄວາມສະດວກໃຫ້ແກ່ຜູ້ລົງທຶນພາຍໃນ ແລະ ຕ່າງປະເທດ ໂດຍມີຄວາມຮັບຜິດຊອບ ໃນຂະບວນການອອກໃບອະນຸຍາດ ແລະ ເຊັ່ນດຽວກັນໃນການໃຫ້ຂໍ້ມູນ ແລະ ຄຳປຶກສາກ່ຽວກັບວຽກງານສົ່ງເສີມການລົງທຶນ.
 
ລັດຖະບານແຫ່ງ ສປປ ລາວ ໄດ້ສ້າງຕັ້ງຄະນະສົ່ງເສີມການລົງທຶນ (ຄລທ)[1]  ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ.
ເຮັດໜ້າທີ່ສົ່ງເສີມ ແລະ ຄຸ້ມຄອງການລົງທຶນພາຍໃນ ແລະ ຕ່າງປະເທດ, ດຳເນີນກອງປະຊຸມພິຈາລະນາວຽກງານການລົງທຶນ, ຄົ້ນຄວ້າ, ລາຍງານ, ພິຈາລະນາ,ຕົກລົງອະນຸຍາດ ຫລື ປະຕິເສດ ການຂໍອະນຸຍາດລົງທຶນ, ການດັດແກ້, ການໂອນຮຸ້ນ,ການຕໍ່ອາຍຸ, ປັບປຸງ, ປ່ຽນແປງ, ໂຈະ ຫລື ຍົກເລີກກິດຈະການລົງທຶນ ຫລື ບົດບັນທຶກຄວາມເຂົ້າໃຈ (MOU), ສັນຍາພັດທະນາໂຄງການ (PDA) ແລະ ສັນຍາສຳປະທານ(CA) ແລະ ໜ້າທີ່ອື່ນໆ (ມາດຕາ 23: ສິດ ແລະ ໜ້າທີຂອງ ຄລທ ຂອງດຳລັດຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ເລກທີ 119/ນຍ).
  • ຄະນະສົ່ງເສີມການລົງທຶນຂັ້ນສູນກາງ
ຄະນະສົ່ງເສີມການລົງທຶນ ຊຶ່ງຂຽນຫຍໍ້ວ່າ:  ຄລທ ສ້າງຕັ້ງຂື້ນເພື່ອສົ່ງເສີມ ແລະ ຄຸ້ມຄອງວຽກງານການລົງທຶນຂອງພາຍໃນ ແລະ ຕ່າງປະເທດ ຢູ່ ສປປ ລາວ. ປະກອບມີບັນດາລັດຖະມົນຕີຊ່ວຍ, ຫົວຫນ້າກົມ-ຮອງກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ວິຊາການ ຈາກກະຊວງທີ່ກ່ຽວຂ້ອງຕ່າງໆ ຊຶ່ງຖືກແຕ່ງຕັ້ງ ໂດຍທ່ານນາຍົກລັດຖະມົນຕີ. ປະທານ ຄລທ ຂັ້ນສູນກາງ ແມ່ນທ່ານລັດຖະມົນຕີວ່າການກະຊວງ ຜທ ເປັນປະທານໂດຍຕຳແໜ່ງ ແລະ ຮອງປະທານ ແມ່ນທ່ານລັດຖະມົນຕີຊ່ວຍວ່າການກະຊວງ ຜທ ຜູ້ຊີ້ນຳວຽກງານການລົງທຶນ ເປັນຮອງປະທານໂດຍຕຳແໜ່ງ. ກົມສົ່ງເສີມການລົງທຶນ ເປັນຜູ້ຈັດຕັ້ງປະຕິບັດວຽກງານສົ່ງເສີມການລົງທຶນ ແລະ ຫ້ອງການບໍລິການການລົງທຶນປະຕູດຽວ ເປັນກອງເລຂາໃຫ້ ຄລທ.

No comments:

Post a Comment

ຮູບພາບ